Ms Khaisy Sophabmixay is a master weaver born in Xam Neau in the north of Laos, an area known for some of the finest textiles in all of South East Asia. Khaisy was taught weaving by her mother who was known to be an exceptionally gifted weave since she was 8. During the Vietnam war Khaisy and her sisters helped their mother to produce textiles and cloth to exchange food and supplies with other vil
lagers. in 2000, she set up her own stall at the Ethnic markets selling silk textiles and antique Hill tribe Clothing. In 2005, Khaisy Handicraft business was established where she began to create exceptional pieces of silk that would be sold in boutiques and galleries all around the world. We have many kind of products such as silk, Lao skirt, the products of silk and etc. In 2006, Khaisy worked with the French Ministry of culture, led by renowned designer Frederic Molenac to create several couture pieces that were modern versions of traditional Lao and hill tribe clothing. This exhibition was exhibited at the French Cultural Centre and later in Paris and travelled around Europe and Japan in 2007. In 2010, Khaisy was awarded the runner up prize at the ASEAN textile competition held in Bangkok. In 2015, Khaisy’s handbag design won the gift award organized by JETRO ( Japan external Trade Organization). In 2016, Khaisy’s shawl reached the winner award from the minister of industry and commerce. In 2017, Khaisy’s handbag design won the 3th prize from the gift award. Khaisy continues to produce silk of the highest quality for clients around the world including exclusive Japanese department stores. All textiles produced by Khaisy are created using natural dyes such as flowers, leaves and bark. All the dyes are sourced locally. Seasonal and local, to work in harmony with the natural environment. This is the way textiles have been created for centuries.
ນາງ ໄຄສີ ສໍພາບມີໄຊ ເປັນຜູ້ທີ່ມີຄວາມຊ່ຽວຊານທາງດ້ານການຕໍ່າຜ້າ, ເກີດທີ່ເມືອງຊຳເໜືອ ແຂວງຫົວພັນ ເຊິ່ງເປັນບ່ອນທີ່ຂຶ້ນຊື່ລືຊາທີ່ສຸດກ່ຽວກັບຜະລິດຕະພັນແຜ່ນແພໃນອາຊີຕາເວັນອອກສຽງໃຕ້. ໄຄສີ ໄດ້ເລີ່ມສືບທອດຄວາມສາມາດນີ້ຈາກແມ່ຜູ້ທີ່ມີພອນສະຫວັນດ້ານການຕໍ່າຫູກໂດຍສະເພາະ ມາຕັ້ງແຕ່ອາຍຸໄດ້ 8 ປີ. ສະໃໝສົງຄາມກັບອາແມລິກາ ລາວ ແລະ ເອື້ອຍໄດ້ຊ່ວຍແມ່ຕໍ່າຫູກເພື່ອນຳແຜ່ນແພໄປແລກປ່ຽນກັບອາຫານ ແລະ ເຄື່ອງໃຊ້ກັບໝູ່ບ້ານອື່ນ.
ປີ 2000 ລາວໄດ້ເປີດຮ້ານເປັນຂອງຕົນເອງ ທີ່ຕະຫຼາດບັນດາເຜົ່າ ເພື່ອຂາຍຜ້າໃໝ ແລະ ເຄື່ອງແຕ່ງກາຍໂບລານ.
ປີ 2005 ບໍລິສັດ ຫັດຖະກຳໄຄສີໄດ້ຖືກຳເນີດຂຶ້ນ, ເຊິ່ງເປັນຈຸດເລີ່ມຕົ້ນຂອງເປົ້າໝາຍທີ່ຈະເຮັດໃຫ້ຜ້າໃໝຂອງລາວເປັນທີ່ຍອມຮັບໃນທົ່ວໂລກ. ຮ້ານເຮົາມີຜະລິດຕະພັນຫຼາຍຢ່າງເຊັ່ນ: ຜ້າໃໝ, ສິ້ນ,ຊຸດແຕ່ງງານເຈົ້າສາວ ແລະ ຜະລິດຕະພັນຈາກຜ້າໃໝອື່ນໆ.
ປີ 2006 ໄຄສີ ໄດ້ມີການຮ່ວມງານກັບກະຊວງວັດທະນະທຳຂອງຝຼັ່ງ ເຊິ່ງນຳໂດຍນັກອອກແບບຊື່ດັງຂອງຝັ່ງ ກໍຄື Frederic Molenac ເພື່ອສ້າງສັນຜົນງານຮ່ວມກັນ ເປັນການປະສົມປະສານກັນລະຫວ່າງ ວັດທະນະທໍາດັ້ງເດີມ ແລະ ທັນສະໃໝຂອງລາວ. ການວາງສະແດງໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ສູນວັດທະນະທຳຝຼັ່ງ ທີ່ນະຄອນຫຼວງວຽງຈັນ, ປະເທດຝຼັ່ງ, ເອີຣົບ ແລະ ຍີປຸ່ນ ໃນລະຫວ່າງປີ 2007.
ໃນປີ 2010 ໄຄສີ ໄດ້ຮັບລາງວັນອັນດັບທີ 2 ໃນການແຂ່ງຂັນຜ້າໃໝລະດັບອາຊຽນ ທີ່ບອງກອກ ປະເທດໄທ.
ປີ 2015 ກະເປົາທີ່ເຮັດຈາກຜ້າໃໝ ຂອງຫັດຖະກຳໄຄສີ ຊະນະການປະກວດຂອງຂວັນດີເດັ່ນ ທີ່ຈັດຂຶ້ນໂດຍອົງການ JETRO ຂອງຍີປຸ່ນ.
ໃນປີ 2016, ຊຸດຜ້າປູໂຕະຂອງໄຄສີໄດ້ຮັບລາງວັນຈາກລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ.
ໃນປີ 2017, ຊຸດຂອງຂວັນຂອງໄຄສີ ໄດ້ຮັບລາງວັນອັນດັບ 3 ຈາກການປະກວດຂອງຂວັນດີເດັ່ນ.
ໄຄສີ ໄດ້ສືບຕໍ່ຜະລິດ ຜະລິດຕະພັນທີ່ມີຄຸນນະພາບສູງເພື່ອລູກຄ້າຈາກທົ່ວທຸກມຸມໂລກ ໂດຍສະເພາະບໍລິສັດຈາກຍີປຸ່ນ. ຜະລິດຕະພັນຂອງຫັດຖະກຳໄຄສີແມ່ນເຮັດມາຈາກສີທີ່ໄດ້ຈາກທຳມະຊາດເຊັ່ນ: ດອກໄມ້, ໃບໄມ້ ແລະ ເປືອກໄມ້ ເຊິ່ງວັດສະດຸແມ່ນໄດ້ມາຈາກຊັບພະຍາກອນທຳມະຊາດໃນທ້ອງຖິ່ນຕາມລະດູການ ເພື່ອເປັນການຮັກສາແນວຄິດການອານຸຮັກທຳມະຊາດ.