Unika Shop �Shirts & Shoes for Men�
�ຂາຍອອນລາຍ ແລະ ໜ້າຮ້ານ

13/09/2022

“ພູຖານ ເລືອກການພັດທະນາ “ຄວາມສຸກ”

ຍ້ອນເຫດຜົນນີ້ ຂ້າພະເຈົ້າຈິ່ງຂໍຍົກຕົວຢ່າງປະເທດນ້ອຍໆປະເທດໜຶ່ງທີ່ຄ້າຍຄືປະເທດລາວ ຍ້ອນບໍ່ມີທາງອອກສູ່ທະເລ, ໄຟຟ້າ ແລະ ທ່ອງທ່ຽວຖືເປັນລາຍໄດ້ຫຼັກ, ຄົນສ່ວນໃຫຍ່ນັບຖືສາສະໜາພຸດຄືກັບລາວ, ແຕ່ສ່ວນທີ່ແຕກຕ່າງແມ່ນວ່າ ພວກເຂົາເຖິງເປັນປະເທດນ້ອຍ ເບິ່ງຄືວ່າຍັງທຸກຍາກຢູ່ ແຕ່ເຮັດແນວໃດພວກເຂົາຈິ່ງກາຍເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກ?

ພວກເຮົາລອງມາເບິ່ງປະເທດ ພູຖານ (Bhutan) ໃນການພັດທະນາແບບຍືນຍົງ, ປະຊາຊົນມີຄວາມສຸກທີ່ສຸດໃນໂລກ ຍ້ອນຮູ້ຈັກການຢູ່ຮ່ວມກັບທຳມະຊາດ ແລະ ການບໍລິຫານເລື່ອງວັດຖຸ ແລະ ຈິດໃຈ ທີ່ປະເທດລາວສາມາດເບິ່ງແບບຢ່າງໃນການພັດທະນາໄດ້ ໂດຍມີ 10 ປັດໄຈທີ່ເຮັດໃຫ້ປະເທດທີ່ວ່ານ້ອຍໆຄືທຸກຍາກນີ້ ກາຍເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ຈົນເຮັດໃຫ້ໂລກຕ້ອງຕົກຕະລຶງນຳຄື:

1. ພວກເຂົາສາມາດບໍລິຫານຄວາມສຸກທາງດ້ານຈິດໃຈ ແລະ ຄວາມສຸກທາງດ້ານວັດຖຸໃຫ້ເທົ່າທຽມກັນ (They manage spiritual and material happiness equally): ປະເທດທີ່ຈະເລີນ ໂດຍສະເພາະແມ່ນຢູ່ທີ່ໂລກຕາເວັນຕົກ ຄົນມັກຈະສະສົມວັດຖຸສິ່ງຂອງໃຫ້ແກ່ຕົນເອງ ຫຼາຍເທົ່າທີ່ຈະຫຼາຍໄດ້ ເຊັ່ນ: ພວກເຂົາມີຄວາມສຸກເພີ່ມຂຶ້ນກໍຕໍ່ເມື່ອໄດ້ເປັນເຈົ້າຂອງໂທລະສັບໄອໂຟນ (iPhone) ລຸ້ນໃໝ່ ຫຼື ເປັນເຈົ້າຂອງເຄື່ອງນຸ່ງແຟຊັນລຸ້ນໃໝ່ສຸດ. ໃນຕອນທຳອິດ ການໄດ້ວັດຖຸສິ່ງຂອງເຫຼົ່ານັ້ນ ກໍອາດຈະຊ່ວຍໃຫ້ເກີດຄວາມຕື່ນເຕັ້ນ ແລະ ດີໃຈ, ແຕ່ສຸດທ້າຍແລ້ວ ມັນບໍ່ໄດ້ສ້າງຄວາມສຸກທີ່ຍືນຍົງໃຫ້ແກ່ຄົນເຮົາເລີຍ. ຍິ່ງໄປກວ່ານັ້ນ ມັນຍິ່ງຈະສ້າງຄວາມກົດດັນ ແລະ ຄວາມທຸກ ໃນກໍລະນີທີ່ເຮົາບໍ່ສາມາດໄດ້ສິ່ງຂອງເຫຼົ່ານັ້ນ. ສ່ວນຄົນທີ່ຢູ່ປະເທດ ພູຖານ ພວກເຂົາຫາກໍເປີດປະເທດ ແລະ ຄົນຂອງພວກເຂົາຫາກໍໄດ້ຮັບຜົນກະທົບຈາກໂລກທີ່ໄຮ້ພົມແດນ ປະມານ 10 ກວ່າປີມານີ້, ແຕ່ພວກເຂົາກໍສາມາດບໍລິຫານຈັດການໄດ້ດີ ໂດຍການຍອມໃຫ້ພົນລະເມືອງຂອງພວກເຂົາສ້າງຄວາມດຸ່ນດ່ຽງລະຫວ່າງຄວາມສຸກທີ່ໄດ້ຈາກການເປັນເຈົ້າຂອງວັດຖຸ ແລະ ຄວາມສຸກຈາກພາຍໃນຈິດໃຈ. ນີ້ກໍຍິ່ງເຮັດໃຫ້ພວກເຂົາມີຄວາມສຸກເພີ່ມຂຶ້ນ. ສະນັ້ນ, ພວກເຂົາຈິ່ງບໍ່ເສຍໃຈເລີຍ ຖ້າຫາກວ່າຕົນເອງບໍ່ໄດ້ເປັນເຈົ້າຂອງໂທລະສັບໄອໂຟນລຸ້ນໃໝ່ສຸດ, ພວກເຂົາກໍຍັງມີຄວາມສຸກກັບການມີຊີວິດຢູ່ຄືເກົ່າ.

2. ພວກເຂົາເປັນໜຶ່ງໃນບັນດາປະເທດທີ່ມີການຂະຫຍາຍຕົວທາງດ້ານ ຜະລິດຕະພັນໂດຍລວມ ຫຼື GDPs ທີ່ໄວທີ່ສຸດໃນໂລກ (They have among the fastest growing GDPs in the world ): ເມື່ອຄົນໃນປະເທດສາມາດສ້າງລາຍໄດ້, ທຸກຄົນກໍມີຄວາມສຸກ. ປະເທດ ພູຖານ ກໍເຊັ່ນກັນ, ພວກເຂົາມີ GDPs (gross domestic product) ທີ່ຂະຫຍາຍຕົວໄວຫຼາຍໃນຕະຫຼອດ 10 ປີ ທີ່ຜ່ານມາ ຍ້ອນໄດ້ຮັບຜົນປະໂຫຍດຈາກການລົງທຶນໃນການກໍ່ສ້າງໄຟຟ້ານ້ຳຕົກຂອງນັກລົງທຶນຈາກປະເທດ ອິນເດຍ ທີ່ມາລົງທຶນຫຼາຍ. ສະນັ້ນ, ຈິ່ງເຮັດໃຫ້ປະເທດ ພູຖານ ມີລາຍຮັບສູງຂຶ້ນ ແລະ ພວກເຂົາກໍບໍ່ຈຳເປັນຕ້ອງເຮັດວຽກໜັກຫຼາຍ. ຂໍພຽງແຕ່ບໍລິຫານຊັບພະຍາກອນທຳມະຊາດໄວ້ໃຫ້ດີ ກໍພໍ.

3. ພວກເຂົາບໍ່ໄດ້ສົນໃຈເລື່ອງໂທລະພາບ, ວິທະຍຸ ຫຼື ອິນເຕີເນັດ (They don’t care about TV, radio, or Internet ): ໂທລະພາບມີທັງສິ່ງທີ່ດີ ແລະ ບໍ່ດີ ຖ້າບໍ່ຮູ້ຈັກເບິ່ງ, ບາງເທື່ອເຮົາກໍຮູ້ສຶກເປັນຕາໜ່າຍກ່ຽວກັບຕົວເອງ ໂດຍສະເພາະແມ່ນການເຫັນຄົນອື່ນທີ່ສາມາດຫາເງິນໄດ້ຢ່າງຫຼວງຫຼາຍ ແລະ ສິ່ງນີ້ຄືສາເຫດທີ່ເຮັດໃຫ້ເຮົາເກີດຄວາມອິດສາ ແລະ ໃຈຮ້າຍ. ສ່ວນໃນອິນເຕີເນັດກໍຈະມີທັງເລື່ອງທີ່ມີສາລະ ແລະໄຮ້ສາລະ, ແຕ່ສິ່ງທີ່ໄຮ້ສາລະທັງຫຼາຍມັກຈະເຫັນໄດ້ໄວ ໂດຍຜ່ານທາງອິນເຕີເນັດ. ພວກເຮົາມັກຖືກຄວບຄຸມຈາກໂລກສັງຄົມອອນລາຍ (Social media) ແລະ ເຮັດໃຫ້ຄົນເຮົາເສຍໃຈ. ສະນັ້ນ, ຖ້າພວກເຮົາຫາກບໍ່ຈຳເປັນຕ້ອງມາຄອຍຖ້າແຕ່ຈະກົດໄລທາງເຟັສ໌ບຸກ (Likes on Facebook) ໃຫ້ຄົນອື່ນ ແລະ ຖ້າພວກເຮົາບໍ່ຕ້ອງມາຄອຍຈັດການກັບເລື່ອງຕ່າງໆເຫຼົ່ານີ້ແລ້ວ ຊີວິດຂອງຄົນເຮົາກໍຈະມີຄວາມສຸກເພີ່ມຂຶ້ນ.

4. ເນື້ອທີ່ 50% ຂອງປະເທດແມ່ນຖືກສະຫງວນໄວ້ ໃຫ້ເປັນສວນອຸທິຍານແຫ່ງຊາດ (50% of the country is protected as a national park): ສິ່ງແວດລ້ອມມີຄວາມສຳຄັນຫຼາຍທີ່ສຸດຕໍ່ຄົນພູຖານ. ດັ່ງນັ້ນ, ພວກເຂົາຈິ່ງແບ່ງເນື້ອທີ່ເຄິ່ງໜຶ່ງຂອງປະເທດ ເພື່ອໃຫ້ກາຍເປັນສວນອຸທິຍານ ແຫ່ງຊາດ. ປ່າໄມ້, ສັດນາໆຊະນິດ ແລະ ສິ່ງແວດລ້ອມແມ່ນໄດ້ຮັບການປົກປັກຮັກສາຢ່າງເຂັ້ມງວດ. ໃນຫວ່າງບໍ່ດົນມານີ້ ປະເທດພູຖານໄດ້ປະກາດວ່າ ເນື້ອທີ່ 60% ຂອງປະເທດແມ່ນຈະໄດ້ຮັບຄວາມຄຸ້ມຄອງໃຫ້ປອດໄພຈາກການຕັດໄມ້ທຳລາຍປ່າຢ່າງຖາວອນ. ສະນັ້ນ, ໃນເມື່ອປະເທດ ພູຖານໃຫ້ຄວາມໃສ່ໃຈຕໍ່ໂລກໜ່ວຍນີ້ຫຼາຍ ຈິ່ງເຮັດໃຫ້ພົນລະເມືອງຂອງພວກເຂົາຮູ້ສຶກມີຄວາມສຸກຂຶ້ນ.

5. ພົນລະເມືອງສ່ວນຫຼາຍແມ່ນຊາວພຸດ (They’re mostly Buddhist): ສາສະໜາພຸດຄືໜຶ່ງໃນສາສະໜາທີ່ມີຄວາມສະຫງົບ ແລະ ມີຄວາມສຸກທີ່ສຸດໃນໂລກ. ຄົນພູຖານນັບຖືສາສະໜາພຸດ ຈິ່ງເຊື່ອໃນເລື່ອງ “ກຳ” ຫຼື “Karma” ທີ່ໝາຍເຖິງເມື່ອຄົນເຮົາດຳລົງຊີວິດຢູ່ດ້ວຍຄວາມດີງາມແລ້ວ ຊີວິດກໍຈະຫຍັບເຂົ້າໃກ້ການເຫັນແຈ້ງ ຫຼື ການຕັດສະລຸ ແລະ ໄດ້ເກີດໃໝ່ເປັນສິ່ງທີ່ມີຊີວິດທີ່ດີກວ່າ. ຍ້ອນຄວາມເຊື່ອນີ້ ຈິ່ງເຮັດໃຫ້ຄົນພູຖານດຳລົງຊີວິດຢູ່ດ້ວຍຄວາມດີງາມ. ເມື່ອມີກຳ ຫຼື ການກະທຳດີ ຜົນໄດ້ຮັບກໍຈະອອກມາດີ ແລະ ກາຍເປັນຄົນດີໃນທີ່ສຸດ. ເມື່ອທຸກຄົນບໍ່ໄດ້ໄປບຽດບຽນຄົນອື່ນ ຫຼື ເຮັດໃຫ້ຄົນອື່ນເດືອດຮ້ອນແລ້ວ ພວກເຂົາກໍມີຄວາມສຸກເພີ່ມຂຶ້ນ. ຍ້ອນການສັດທາໃນສາສະໜາພຸດ ແລະ ການນຳເອົາຫຼັກຄຳສອນຂອງພຣະພຸດທະເຈົ້າໄປປະຕິບັດ ຈິ່ງເຮັດໃຫ້ຊີວິດຂອງພວກເຂົາພົບແຕ່ຄວາມສຸກ ແລະ ຄວາມຈະເລີນຍິ່ງໆຂຶ້ນ.

6. ພວກເຂົາບໍລິຫານຄວາມສຸກຂອງຕົນໄດ້ດີ (They actually measure their own happiness): ປະເທດອື່ນອາດຈະຮູ້ສຶກແປກໃຈຫຼາຍ ເມື່ອຮູ້ວ່າລັດຖະບານຂອງປະເທດພູຖານໃຊ້ຕົວຊີ້ວັດຄວາມສຸກ ໂດຍລວມຂອງປະເທດ ຫຼື GNH (Gross National Happiness) ເພື່ອວັດແທກຄວາມຈະເລີນຂອງປະເທດ. ຍ້ອນວ່າປະເທດສ່ວນຫຼາຍແມ່ນໃຊ້ແຕ່ GDPs ເພື່ອວັດແທກຄວາມຈະເລີນທາງດ້ານວັດຖຸເທົ່ານັ້ນ, ແຕ່ປະເທດພູຖານແມ່ນໃຊ້ GNH ທີ່ເປັນຄວາມຈະເລີນທາງດ້ານຈິດໃຈ ເພື່ອວັດແທກຄວາມຈະເລີນຂອງປະເທດ. ເຖິງວ່າລັດຖະບານຈະບໍ່ໄດ້ສະໜອງຄວາມສຸກໃຫ້ແກ່ພົນລະເມືອງຂອງພວກເຂົາໂດຍກົງ ແຕ່ຢ່າງໜ້ອຍທີ່ສຸດ ພວກເຂົາກໍຮັບຮູ້ເຖິງຄວາມສຳຄັນ ແລະ ຊອກຫາຫົນທາງເພື່ອຮັກສາຄວາມສຸກຂອງປະຊາຊົນໃຫ້ມີຢູ່ຕະຫຼອດໄປ.

7. ພວກເຂົາດຳລົງຊີວິດຢູ່ໃນສະຖານທີ່ ທີ່ສວຍງາມ (Where they live is gorgeous): ປະເທດພູຖານຕັ້ງຢູ່ເທິງສາຍພູຫິມະໄລສ໌ ເຊິ່ງເນື້ອທີ່ 60% ຂອງປະເທດແມ່ນເປັນດິນແດນທີ່ມີພູຜາປ່າໄມ້ທີ່ຍັງບໍ່ທັນຖືກທຳລາຍ. ສະນັ້ນ, ປະຊາຊົນທີ່ດຳລົງຊີວິດຢູ່ໃນສະຖານທີ່ນີ້ ກໍຄ້າຍຄືກັບວ່າຕົນເອງໄດ້ມາພັກຜ່ອນ. ທ່ານສາມາດຈິນຕະນາການເບິ່ງກໍໄດ້ວ່າ ການດຳລົງຊີວິດຢູ່ທີ່ປະເທດພູຖານແມ່ນດີຫຼາຍ, ສະຫງົບສຸກ ແລະ ພາບທິວທັດທຳມະຊາດງາມ, ເມື່ອເບິ່ງແລ້ວ ແມ່ນເຮັດໃຫ້ເກີດມີຄວາມສຸກຫຼາຍ ກວ່າການເບິ່ງຕຶກອາຄານທີ່ເປັນຊີມັງ ໃນຕົວເມືອງໃຫຍ່ໆ.

8. ລາຊະວົງທີ່ເປັນເຊື້ອເຈົ້າແມ່ນໃກ້ຊິດຕິດແທດກັບປະຊາຊົນ (The gap between normal people and royalty isn’t that far): ຍ້ອນທີ່ຕັ້ງຂອງປະເທດທີ່ຢູ່ຫ່າງໄກຈາກບ່ອນອື່ນ ຈິ່ງມີແນວໂນ້ມໃຫ້ຄົນພູຖານມີຄວາມໃກ້ຊິດກັນຫຼາຍຂຶ້ນ. ມີເລື່ອງເລົ່າຈາກນັກຂ່າວຄົນໜຶ່ງທີ່ໄປຢ້ຽມຢາມປະເທດພູຖານ. ມີມື້ໜຶ່ງ ລາວນັ່ງເບິ່ງຊາຍໜຸ່ມຄົນໜຶ່ງທີ່ກຳລັງຫຼິ້ນບານບ້ວງກັບເດັກນ້ອຍສິບກວ່າຄົນ ຢູ່ທີ່ເດີນບານບ້ວງສາທາລະນະ. ຫຼັງຈາກນັ້ນບໍ່ດົນ ຊາຍໜຸ່ມຄົນນັ້ນ ກໍໄດ້ຊວນນັກຂ່າວຄົນດັ່ງກ່າວມາຫຼິ້ນບານບ້ວງນຳກັນ. ຕໍ່ມາບໍ່ດົນຄວາມຈິງກໍໄດ້ເປີດເຜີຍ ຊາຍໜຸ່ມຄົນນັ້ນກໍຄືເຈົ້າຊາຍແຫ່ງພູຖານ. ເລື່ອງນີ້ໄດ້ກາຍເປັນສິ່ງທີ່ສ້າງຄວາມປະທັບໃຈ ຫຼາຍໃຫ້ຄົນພູຖານ ແລະ ນັກທ່ອງທ່ຽວ. ສະນັ້ນ, ຍ້ອນມີຄວາມໃກ້ຊິດກັນລະຫວ່າງລາຊະວົງ ແລະ ປະຊາຊົນ ຈິ່ງເຮັດໃຫ້ຄົນພູຖານຮັກແພງກັນຫຼາຍຂຶ້ນ.

9. ພວກເຂົາໄດ້ພັກຜ່ອນຢ່າງພຽງພໍ (They’re well rested): ໂດຍອີງຕາມການສຳຫຼວດຂອງປະເທດພູຖານ ແມ່ນໄດ້ໃຫ້ຮູ້ວ່າ ພົນລະເມືອງ 2/3 (ສອງສ່ວນສາມ) ໄດ້ນອນຕ່ຳສຸດແມ່ນ 8 ຊົ່ວໂມງຂຶ້ນໄປໃນແຕ່ລະຄືນ. ດັ່ງນັ້ນ, ໄລຍະເວລາໃນການນອນນີ້ ແມ່ນສູງກວ່າປະເທດສ່ວນໃຫຍ່ ໂດຍສະເພາະປະເທດທີ່ຈະເລີນທາງດ້ານອຸດສາຫະກຳ. ການທີ່ໄດ້ນອນຢ່າງພຽງພໍແມ່ນຈະເຮັດໃຫ້ຄົນເຮົາມີຄວາມສຸກ ແລະ ສ້າງປະໂຫຍດຫຼາຍຕໍ່ການເຮັດວຽກໃຫ້ມີຜະລິດຕະພາບ ແລະ ພິເສດແມ່ນເຮັດໃຫ້ຄົນເຮົາມີສຸຂະພາບດີ ເຊິ່ງເລື່ອງນີ້ແມ່ນມີການຢັ້ງຢືນຈາກຜົນຂອງການວິໄຈມາແລ້ວເປັນຢ່າງດີ.

10. ເປັນປະເທດທີ່ມີມົນລະພິດໜ້ອຍ (They have less pollution): ປະເທດພູຖານເປັນໜຶ່ງໃນປະເທດທີ່ມີມົນລະພິດໜ້ອຍທີ່ສຸດໃນໂລກ ເນື່ອງຈາກສະຖານທີ່ຕັ້ງ ແລະ ການອະນຸລັກສິ່ງແວດລ້ອມໄດ້ດີ. ການທີ່ບໍ່ມີໂຮງງານປ່ອຍສານພິດທຳລາຍສິ່ງແວດລ້ອມ ແລະ ບໍ່ມີຍານພາຫະນະຫຼາຍ ຈິ່ງເຮັດໃຫ້ອາກາດ, ນ້ຳ ແລະ ດິນມີຄວາມສະອາດ ເມື່ອ ບວກໃສ່ກັບການຮັກສາສິ່ງແວດລ້ອມ ແລະ ການອະນຸລັກປ່າໄມ້ ແລະ ສັດນາໆຊະນິດແລ້ວ ຍິ່ງເຮັດໃຫ້ພູຖານມີຄວາມສວຍງາມ ແລະ ມີສະເໜ່.

ດັ່ງນັ້ນ, ປະເທດພູຖານຈິ່ງເປັນເໝືອນດັ່ງໂລກອີກໂລກໜຶ່ງທີ່ຢູ່ທ່າມກາງບັນດາປະເທດຕ່າງໆທີ່ກຳລັງລວມກຸ່ມເຂົ້າກັນ. ເຖິງວ່າປະເທດພູຖານຈະບໍ່ມີສິ່ງຂອງທີ່ທັນສະໄໝຄືດັ່ງປະເທດອື່ນ ຫຼື ການດຳລົງຊີວິດ ເບິ່ງແລ້ວຄືວ່າຍັງຢູ່ໃນອີກຍຸກໜຶ່ງທີ່ເກົ່າແກ່ກໍຕາມ. ແຕ່ພວກເຂົາມີຄວາມຮັງມີທາງດ້ານບົດຮຽນທີ່ຈະສອນໃຫ້ຄົນທົ່ວໂລກຮູ້ຈັກຄຳວ່າ “ຄວາມສຸກ” ແລະ ຮູ້ຈັກທີ່ຈະດຳລົງຊີວິດຢູ່ຢ່າງມີຄວາມສຸກ.

ແລ້ວປະເທດລາວຈະພັດທະນາກັນໄປທາງໃດ? ພວກເຮົາເຂົ້າໃຈຄຳວ່າການພັດທະນາແບບຍືນຍົງໄດ້ດີປານໃດ? “ເປົ້າໝາຍສູງສຸດຂອງຊີວິດມະນຸດກໍຄືການມີຄວາມສຸກ ເຊິ່ງບໍ່ແມ່ນຄວາມຈະເລີນພຽງຢ່າງດຽວ”.

(ຈາກປຶ້ມ “ການໃຊ້ຊີວິດສູ່ຄວາມສຸກ” ໂດຍ ກາບແກ້ວ ທຳມະວົງ)

✨New Collection ✨👍Hot&Hit collection ☑ใครตามหาเสื้อผ้าหน้าร้อนแขนยาวแนะนำรุ่นนี้ค่ะ ☑ไม่ผิดหวังแน่นอน☑สินค้าคุณภาพ สำหรั...
22/02/2018

✨New Collection ✨
👍Hot&Hit collection
☑ใครตามหาเสื้อผ้าหน้าร้อนแขนยาวแนะนำรุ่นนี้ค่ะ
☑ไม่ผิดหวังแน่นอน
☑สินค้าคุณภาพ สำหรับส่งออกต่างประเทศ
📞สอบถาม 97223399
📩 Tito Anizha

🇯🇵J.P Clothing 💯👔💼
26/01/2018

🇯🇵J.P Clothing 💯👔💼

  ເນື້ອຜ້າດີ ຜ້າຄຸນະພາບ ເໝາະສຳລັບລະດູໜາວ
27/11/2017


ເນື້ອຜ້າດີ ຜ້າຄຸນະພາບ ເໝາະສຳລັບລະດູໜາວ

ສີຟ້າອ່ອນ ລາຍທາງ ແບບຄຼາສສິກ
27/11/2017

ສີຟ້າອ່ອນ ລາຍທາງ ແບບຄຼາສສິກ

ສີດຳ ລຽບຫຼູ ດູດີ ມີສໄຕຣ໌ 😎
26/11/2017

ສີດຳ ລຽບຫຼູ ດູດີ ມີສໄຕຣ໌ 😎

ມາແບບນຽບ ມີສໄຕຣ໌ ສຳລັບໜຸ່ມທີ່ມັກສະອາດ
26/11/2017

ມາແບບນຽບ ມີສໄຕຣ໌ ສຳລັບໜຸ່ມທີ່ມັກສະອາດ

GoodMorning💼👔⌚👓 ໃຫ້ J.P Clothing ໄດ້ເປັນສ່ວນໜຶ່ງຂອງທ່ານ
11/09/2017

GoodMorning
💼👔⌚👓 ໃຫ້ J.P Clothing ໄດ້ເປັນສ່ວນໜຶ່ງຂອງທ່ານ

Address

Louang Namtha

Telephone

02097223399

Website

Alerts

Be the first to know and let us send you an email when Unika Shop posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share