25/03/2024
ຮ້ານພອນປະສິດ ຈຳໜ່າຍເສື້ອຜ້າ ແລະ ງານປັກແສ່ວ
ຕ້ອງການເພື່ອນຮ່ວມງານ
ຜູ້ຄຸມຈັກປັກ ແລະ ຜູ້ຊ່ວຍ ຈຳນວນ 2ຄົນ
ຜູ້ຄຸມຈັກ ແລະ ອອກແບບປັກ ຜົນຕອບແທນ +4,000,000 - 10,000,000 ຕໍ່ເດືອນ
ຜູ້ຊ່ວຍຄຸມຈັກປັກ ຜົນຕອບແທນ +2,500,000 - 5,000,000 ຕໍ່ເດືອນ
ນະໂຍບາຍ:
ມີທີ່ພັກຟຣີ, ມີເງິນກິນເຂົ້າ ສະຫວັດດີການຄົບ
ມີໂບນັສເງິນເດືອນ 13
ບ່ອນເຮັດວຽກຫ້ອງແອ ສະດວກ
ມີພາທ່ອງທ່ຽວ 2ຄັ້ງ ຕໍ່ປີ
ມີງົບໃຫ້ ຮຽນເສີມທັກສະ 1,000,000ກີບ ຕໍ່ເດືອນ
ພິເສດ ຫຼັງຜ່ານ 3ປີ
ຫາກມີຄວາມຮັບຜິດຊອບ, ມີໃຈບໍລິການ, ຊື່ສັດ, ສື່ສານໄດ້ດີ, ແລະ ມີແນວຄິດພັດທະນາ ມີໂອກາດມອບກິດຈະການໃຫ້ບໍລິຫານ ຄືຮ່ວມເປັນເຈົ້າຂອງທຸລະກິດ ....
ຄຸນສົມບັດ:
ອາຍຸ 18ປີ ຂຶ້ນໄປ
ມີພື້ນຖານໃຊ້ຄັອມພິວເຕີ ແລະ ເຄື່ອງມື ດິຈິຕອລ
ເປັນຄົນຊື່ສັດ ສື່ສານວຽກໄດ້ດີ ຮັບກັບແຮງກົດດັນຂອງວຽກໄດ້ດີ
ອັດທະຍາໄສດີ
ບໍ່ຈຳເປັນຕ້ອງເກັ່ງ ຂໍແຕ່ເປັນຄົນທີ່ມີຄວາມພະຍາຍາມສູງ
ບໍ່ເປັນ ສາມາດສອນໄດ້ ເປັນພາຍໃນ 1ເດືອນ
ຮູ້ນຳໃຊ້ ໂປຣແກຣມອອກແບບໄດ້
ຫນ້າວຽກ:ອອກແບບລາຍປັກ ອັດບັອກປັກ ຄວບຄຸມເບິ່ງແຍງເຄື່ອງປັກ
ເຄີຍມີປະສົບການງານຄຸມປັກມາ ພິຈາລະນາເປັນພິເສດ
ເງື່ອນໄຂ
ໂມງເຮັດວຽກຕາມກຳລັງງານໂຕຈິງ ເຮັດຫຼາຍໄດ້ຫຼາຍ
8:30 - 5:30
ເຂົ້າວຽກ ຈັນ ຮອດ ເສົາ
ເຮັດວຽກໂມງເກີນ ໄລ່ເງິນໂອທີໃຫ້ ຫາກວຽກຫຼາຍເກີນເປົ້າຂັ້ນຕໍ່າ
ເປັນວຽກຕາມລູກຄ້າອໍເດີ້ ຕ້ອງມີຄວາມຮັບຜິດຊອບ ຮັບກັບແຮງກົດດັນໄດ້ດີ ຖືເປັນການບໍລິການລູກຄ້າ ລູກຄ້າຕ້ອງມາກ່ອນສະເໝີ
ເຮັດວຽກເນັ້ນການສື່ສານ ຕອບວຽກ ຮັບວຽກ ສະຫຼຸບວຽກ
ພ້ອມເລີ່ມວຽກໄດ້ ຫຼັງປີໃໝ່ລາວ 22/04/2024
ເບີໂທ 020 96457971
ສະຖານທີ່ເຮັດວຽກ ບ້ານຄຳຮຸ່ງ ເມືອງໄຊທານິ ນະຄອນຫຼວງວຽງຈັນ
ປິດຮັບສະໝັກ ມື້ນີ້ຈົນເຖິງ 05.04.2024