SOS Children’s Villages Laos

SOS Children’s Villages Laos Helping orphans by providing them with an alternative family and education until they can support themselves.

Charity Organization | Non-Governmental Organization (NGO) ຊ່ອງທາງອື່ນໃນການບໍລິຈາກຊ່ວຍເຫຼືອເດັກນ້ອຍຜ່ານທາງເວັບໄຊ້ https://sos.org.la/lo/donation/

ນ້ອງໆ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຳເໜືອ 🎼 ກຳລັງ ດີດກີຕ້າ, ຮອ້ງເພງປະສານສຽງ —ສ້າງສີສັນຄວາມສຸກໃນເວລາວ່າງ. 🎸🎤 ສຳລັບນ້ອ...
27/03/2026

ນ້ອງໆ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຳເໜືອ 🎼 ກຳລັງ ດີດກີຕ້າ, ຮອ້ງເພງປະສານສຽງ —ສ້າງສີສັນຄວາມສຸກໃນເວລາວ່າງ. 🎸🎤 ສຳລັບນ້ອງໆແລ້ວດົນຕີຄືເຄື່ອງມືທີ່ສ້າງຄວາມສຸກ, ຮອຍຍິ້ມ, ຝຶກຄວາມໝັ້ນໃຈ, ສ້າງສະມາທິ ແລະ ກາຍເປັນສື່ກາງສ້າງຄວາມສຳພັນລະຫວ່າງພີ່ນ້ອງໃຫ້ແນ້ນແຟ້ນຂຶ້ນອີກ ເພາະເຮົາສະໜັບສະໜູນ ແລະ ມອບໂອກາດໃຫ້ເດັກທຸກຄົນໄດ້ເຕີບໃຫຍ່ເປັນໂຕຂອງໂຕເອງໃນແບບມ່ວນຊື່ນ ແລະ ສົດໃສທີ່ສຸດ 🏠💙

| ຂໍ້ມູນເພິ່ມເຕີມ https://sos.org.la/lo/houses/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ

#ຊ່ວຍເຫຼືອເດັກນ້ອຍລາວ

"ສຸກໃຈເມື່ອໃຫ້... ອິ່ມໃຈເມື່ອແບ່ງປັນ" 🙏❤️ການແບ່ງປັນທີ່ເຫັນຜົນທັນຕາ ຄືການໄດ້ເຫັນຮອຍຍິ້ມທີ່ສົດໃສຂອງນ້ອງໆ ໃນບ້ານຊ່ວຍເຫຼືອເດ...
26/03/2026

"ສຸກໃຈເມື່ອໃຫ້... ອິ່ມໃຈເມື່ອແບ່ງປັນ" 🙏❤️
ການແບ່ງປັນທີ່ເຫັນຜົນທັນຕາ ຄືການໄດ້ເຫັນຮອຍຍິ້ມທີ່ສົດໃສຂອງນ້ອງໆ ໃນບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ; ເງິນທຸກກີບຂອງທ່ານຄື:

🏠 ບ້ານທີ່ອົບອຸ່ນ ແລະ ຄວາມຮັກຈາກແມ່👩‍👧‍👦
📚 ການສຶກສາທີ່ໝັ້ນຄົງ
🍱 ອາຫານ
💪 ສຸຂະພາບທີ່ດີ

✨ຂໍໃຫ້ ການແບ່ງປັນຄັ້ງນີ້ ບຸນກຸສົນນຳພາແຕ່ສິ່ງດີໆ ມາສູ່ທ່ານ ແລະ ຄອບຄົວ✨ຮ່ວມບໍລິຈາກຜ່ານ 𝐐𝐑 𝐂𝐨𝐝𝐞 ໃນຮູບ ຫຼື ບໍລິຈາກຜ່ານເວັບໄຊ້ໂຄງການ https://sos.org.la/lo/donation/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ #ບໍລິຈາກ

🤝 ມາຮ່ວມເປັນສ່ວນໜຶ່ງໃນການມອບຄວາມຮັກ, ຄອບຄົວ, ແລະ ອະນາຄົດທີ່ນ້ອງໆເພີ່ງພາຕົນເອງໄດ້  💙💙ພົບກັບນ້ອງໆ ແລະ ທີມງານໄດ້ທີ່ບູ໊ດ ບ້າ...
25/03/2026

🤝 ມາຮ່ວມເປັນສ່ວນໜຶ່ງໃນການມອບຄວາມຮັກ, ຄອບຄົວ, ແລະ ອະນາຄົດທີ່ນ້ອງໆເພີ່ງພາຕົນເອງໄດ້ 💙💙
ພົບກັບນ້ອງໆ ແລະ ທີມງານໄດ້ທີ່ບູ໊ດ ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ພ້ອມທັກທາຍແລກປ່ຽນຮອຍຍິ້ມ ແລະ ຮ່ວມບໍລິຈາກເພື່ອສະໜັບສະໜູນການສຶກສາ, ການລ້ຽງດູ ແລະ ພັດທະນາຄຸນະພາບຂອງຊີວິດເດັກໆ 🥰🙏

📍ອາທິດນີ້ພົບກັບບູ໊ດເຮົາວັນທີ 27-28-29 ມີນາ 2026 ທີ່ ພາກຊັນ ຊັ້ນໃຕ້ດິນ🫶ຂອບໃຈທຸກການບໍລິຈາກ ແລະ ແບ່ງປັນ

ບໍລິຈາກຜ່ານເວັບໄຊ້ https://sos.org.la/lo/donation/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ #ບູ໊ດລະດົມທຶນ

✨ ສຳເລັດການຝຶກອົບຮົມວຽກງານປົກປ້ອງເດັກໃຫ້ແກ່ຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດເດັກ ຂັ້ນເມືອງ ແລະ ທີມງານ ບ້ານຊ່ວຍເຫຼືອເດັ...
24/03/2026

✨ ສຳເລັດການຝຶກອົບຮົມວຽກງານປົກປ້ອງເດັກໃຫ້ແກ່ຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດເດັກ ຂັ້ນເມືອງ ແລະ ທີມງານ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຽງຂວາງ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ;

ຈຸດປະສົງ:
💡ເພື່ອສະໜັບສະໜູນວຽກງານປົກປ້ອງເດັກຮ່ວມກັບລັດຖະບານ ແລະ ເພື່ອສ້າງຄວາມອາດສາມາດໃຫ້ແກ່ ພະນັກງານກ່ຽວຂ້ອງ ທີ່ເຮັດວຽກ ກ່ຽວກັບ ການປົກປ້ອງ ແລະ ຊ່ວຍເຫຼືອເດັກ.
💡ເພື່ອເພີ້ມຄວາມອາດສາມາດໃນການໃຫ້ບໍລິການການປົກປ້ອງ ແລະ ຊ່ວຍເຫຼືອເດັກ ເປັນຕົ້ນ: ການຊອກຮູ້ເດັກທີ່ມີຄວາມສ່ຽງ ຫຼື ຜູ້ຖືກເຄາະຮ້າຍຈາກການ ທາລຸນ, ການປ່ອຍປະລະເລີຍ, ການຂູດຮີດ, ການຈຳແນກ, ການໃຊ້ຄວາມຮຸນແຮງ ແລະ ເດັກທີ່ກະທໍາຜິດ ກົດໝາຍ ພ້ອມກັນນັ້ນ ກໍໃຫ້ການຊ່ວຍເຫຼືອ ແລະ ສົ່ງຕໍ່ກໍລະນີເດັກໄປຮັບການຊ່ວຍເຫຼືອທີ່ເໝາະສົມທີ່ມີຢູ່ໃນຊຸມຊົນ.

✨ນອກນັ້ນຍັງສະໜັບສະໜູນເປົ້າໝາຍຂອງວຽກງານ 𝐀𝐝𝐯𝐨𝐜𝐚𝐜𝐲 ໃນການເຜີຍແຜ່ຂໍ້ມູນ ແລະ ຜົນງານຂອງໂຄງການ ແລະ ນຳສະເໜີວຽກງານການປົກປ້ອງເດັກຂອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ເພື່ອພັກດັນໃຫ້ເກີດການຮ່ວມມື ແລະ ການປະສານສົມທົບຈາກຫຼາຍພາກສວ່ນ. ຫຼັງຈາກສຳເລັດການຝຶກອົບຮົມແລ້ວ ຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຍັງໄດ້ລົງຢ້ຽມຢາມ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຊຽງຂວາງ.

#ຊ່ວຍເຫຼືອເດັກນ້ອຍລາວ #ວຽກງານປົກປ້ອງເດັກ #ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ

ນ້ອງໆ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສະຫວັນນະເຂດ ກຳລັງຊ່ວຍກັນເບິ່ງແຍງສວນຜັກຂອງບ້ານ ໂດຍການຫົດນ້ຳຕົ້ນໄມ້, ພວນດິນ, ເກັບຫຍ...
23/03/2026

ນ້ອງໆ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ສະຫວັນນະເຂດ ກຳລັງຊ່ວຍກັນເບິ່ງແຍງສວນຜັກຂອງບ້ານ ໂດຍການຫົດນ້ຳຕົ້ນໄມ້, ພວນດິນ, ເກັບຫຍ້າທີ່ຕາຍອອກ ເຊິ່ງເຮັດໃຫ້ນ້ອງໆຮຽນຮູ້ຄວາມຮັບຜິດຊອບ, ການແບ່ງປັນ ແລະ ຮຽນຮູ້ວ່າຜັກທີ່ເຕີບໃຫຍ່ຂຶ້ນມານັ້ນແມ່ນມາຈາກຄວາມພະຍາຍາມຂອງພວກເຂົາເອງ ແລະ ຈະກາຍເປັນອາຫານທີ່ຊ່ວຍລ້ຽງທຸກຄົນໃນບ້ານ 🥬✨🌱💚

| ຂໍ້ມູນເພິ່ມເຕີມ https://sos.org.la/lo/houses/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ

#ຊ່ວຍເຫຼືອເດັກນ້ອຍລາວ

ນ້ອງໆ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ວຽງຈັນ ⚽️ ກຳລັງຝຶກຊ້ອມກິລາບານເຕະ ເພື່ອເຂົ້າຮ່ວມກິດຈະກຳຂອງໝູ່ບ້ານ ເຮັດໃຫ້ພວກເຂົາໄດ...
20/03/2026

ນ້ອງໆ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ວຽງຈັນ ⚽️ ກຳລັງຝຶກຊ້ອມກິລາບານເຕະ ເພື່ອເຂົ້າຮ່ວມກິດຈະກຳຂອງໝູ່ບ້ານ ເຮັດໃຫ້ພວກເຂົາໄດ້ຮຽນຮູ້ ກະຕິກາການແຂ່ງຂັນ, ທັກສະການເຮັດວຽກເປັນທີມ, ຄວາມອົດທົນຕໍ່ການຝຶກຊ້ອມ ແລະ ການໃຫ້ກຽດເຊິ່ງກັນ ແລະ ກັນໃນຖານະພີ່ນ້ອງ ຈະຊ່ວຍໃຫ້ພວກເຂົາກາຍເປັນຜູ້ຍິງທີ່ມີຄວາມກ້າຄິດ ກ້າຕັດສິນໃຈ ແລະ ສາມາດເພິ່ງພາຕົນເອງໄດ້ເມື່ອເຕີບໂຕເປັນຜູ້ໃຫຍ່. ⚡️🌱

| ຂໍ້ມູນເພິ່ມເຕີມ https://sos.org.la/lo/houses/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ

#ຊ່ວຍເຫຼືອເດັກນ້ອຍລາວ

ຮູ້ ຫຼື ບໍ ❓   ມີນ້ອງໆລວມທັງໝົດ 769 ຄົນ ທົ່ວປະເທດລາວ ທີ່ຢູ່ພາຍໃຕ້ການເບິ່ງແຍງລ້ຽງດູຂອງ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອ...
19/03/2026

ຮູ້ ຫຼື ບໍ ❓ ມີນ້ອງໆລວມທັງໝົດ 769 ຄົນ ທົ່ວປະເທດລາວ ທີ່ຢູ່ພາຍໃຕ້ການເບິ່ງແຍງລ້ຽງດູຂອງ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ. 🫶
ການສະໜັບສະໜູນຈາກທ່ານ = ຄວາມສຸກໃຫ້ 769 ເດັກນ້ອຍ 🫶
| ຂໍ້ມູນເພິ່ມເຕີມ www.sos.org.la

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ


ນ້ອງໆ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຫຼວງພະບາງ🏡  ກຳລັງຫລີ້ນເກມ ຕາຕະລາງກະໂດດ ເຊິ່ງເປັນການຫລີ້ນພື້ນບ້ານທີ່ມີມາດົນນານ ແລະ...
18/03/2026

ນ້ອງໆ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຫຼວງພະບາງ🏡 ກຳລັງຫລີ້ນເກມ ຕາຕະລາງກະໂດດ ເຊິ່ງເປັນການຫລີ້ນພື້ນບ້ານທີ່ມີມາດົນນານ ແລະ ເຮັດໃຫ້ພວກເຂົາໄດ້ຮຽນຮູ້ຫຼາຍຢ່າງຈາກກິດຈະກຳນີ້ ເຊັ່ນ: ການຊົງໂຕທີ່ຕ້ອງໃຊ້ສະມາທິສູງ ເພື່ອຮັກສາຄວາມສົມດູນຂອງຮ່າງກາຍ ແລະ ໄດ້ຮັບແຮງສະໜັບສະໜູນຈາກໝູ່ຄູ່ຢູ່ຂ້າງສະໜາມທີ່ຄອຍລຸ້ນໃຫ້ກຳລັງໃຈຢ່າງມ່ວນຊື່ນ. 😍💙

| ຂໍ້ມູນເພິ່ມເຕີມ https://sos.org.la/lo/houses/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ

#ຊ່ວຍເຫຼືອເດັກນ້ອຍລາວ

17/03/2026

ວິຖີຊີວິດຂອງນ້ອງໆໃນ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ 💙🫶
ຂໍ້ມູນເພີ່ມເຕີມ : https://sos.org.la/lo/
--------------
The Children's lifestyle in SOS Children's Villages Laos 💙🫶
Learn more: https://sos.org.la/lo/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ #ຊີວິດເດັກໃນບ້ານເອັສໂອເອັສລາວ

“The best way to start the day is with a cup of Positivity.” ☕️ວິທີທີ່ດີໃນການເລີ່ມວັນໃໝ່ ແມ່ນການເຕີມພະລັງບວກໃຫ້ຕົນເອງMor...
16/03/2026

“The best way to start the day is with a cup of Positivity.” ☕️
ວິທີທີ່ດີໃນການເລີ່ມວັນໃໝ່ ແມ່ນການເຕີມພະລັງບວກໃຫ້ຕົນເອງ

More detail https://sos.org.la/lo/



#ຊ່ວຍເຫຼືອເດັກນ້ອຍລາວ

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ

💙 ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ປາກເຊ ເຊື່ອວ່າ “ບ້ານ” ຄືພື້ນທີ່ທີ່ປອດໄພ ແລະ ໃຫ້ການເຕີບໂຕທີ່ອົບອຸ່ນ —ນ້ອງໆກຳລັງທາສີເຄື...
13/03/2026

💙 ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ປາກເຊ ເຊື່ອວ່າ “ບ້ານ” ຄືພື້ນທີ່ທີ່ປອດໄພ ແລະ ໃຫ້ການເຕີບໂຕທີ່ອົບອຸ່ນ —ນ້ອງໆກຳລັງທາສີເຄື່ອງຫຼິ້ນ, ຮົ້ວ ແລະ ຂອບທາງ ໃຫ້ບ້ານ ແລະ ສິ່ງແວດລ້ອມທີ່ເຮົາຢູ່ກັບມາມີສີສັນ ແລະ ສົດໃສອີກເທື່ອໜຶ່ງ. ກິດຈະກຳນີ້ເປັນການປູກຝັງຄວາມເປັນເຈົ້າຂອງໃຫ້ນ້ອງໆ ໄດ້ຮຽນຮູ້ເຖິງຄວາມຮັບຜິດຊອບການເບິ່ງແຍງຊັບສິນສ່ວນລວມ ແລະ ຄວາມສາມັກຄີແບ່ງໜ້າທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. 🌳 🏡 ✒️

| ຂໍ້ມູນເພິ່ມເຕີມ https://sos.org.la/lo/houses/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ

#ຊ່ວຍເຫຼືອເດັກນ້ອຍລາວ

💙 ມາຮ່ວມເປັນສ່ວນໜຶ່ງໃນການມອບຄວາມຮັກໃຫ້ກັບຄອບຄົວ ເອັສໂອເອັສ ແລະ ຮ່ວມບໍລິຈາກເພື່ອສະໜັບສະໜູນການສຶກສາ, ການລ້ຽງດູ ແລະ ພັດທະນາ...
12/03/2026

💙 ມາຮ່ວມເປັນສ່ວນໜຶ່ງໃນການມອບຄວາມຮັກໃຫ້ກັບຄອບຄົວ ເອັສໂອເອັສ ແລະ ຮ່ວມບໍລິຈາກເພື່ອສະໜັບສະໜູນການສຶກສາ, ການລ້ຽງດູ ແລະ ພັດທະນາຄຸນະພາບຂອງຊີວິດເດັກໆ.
ພົບກັບທີມງານໄດ້ທີ່ບູ໊ດ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ
📆 ວັນທີ 14-15 ມີນາ 2026
📍 ທີ່ ສະໂມສອນໃຫຍ່ ມຊ (ມະຫາວິທະຍາໄລແຫ່ງຊາດ)
💙 ຂອບໃຈທຸກການບໍລິຈາກ ແລະ ແບ່ງປັນ 💙
ບໍລິຈາກຜ່ານເວັບໄຊ້ https://sos.org.la/lo/donation/

#ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ #ບູ໊ດລະດົມທຶນ

Address

P. O. Box 3503 Kaysone Phomvihane Road Km6, Hom2, Ban Sivilay, Muang Xaythany, Vientiane Capital, City
Vientiane

Alerts

Be the first to know and let us send you an email when SOS Children’s Villages Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share