The XYZ Art Center

The XYZ Art Center The XYZ Art and Culture Center - an Art and culture hub for change; uniting, empowering and inspiring Laos through creativity.

Express to Collaborate Creatively for Inclusion.

📣 ເປີດຮັບສະໝັກສິລະປິນ (OPEN CALL FOR ARTISTS)The XYZ Art center ຮ່ວມກັບ MAG Laos ແລະ ໄດ້ຮັບການສະໜັບສະໜູນຈາກ Norway, The ...
08/06/2026

📣 ເປີດຮັບສະໝັກສິລະປິນ (OPEN CALL FOR ARTISTS)

The XYZ Art center ຮ່ວມກັບ MAG Laos ແລະ ໄດ້ຮັບການສະໜັບສະໜູນຈາກ Norway, The European Union ແລະ SDC ມີຄວາມຍິນດີເປີດຮັບສະໝັກສິລະປິນເຂົ້າຮ່ວມໂຄງການ “Land and Memory: Living with UXO in Lao PDR”.

ງານວາງສະແດງໃນຮູບແບບການຄົ້ນຄວ້າ (Research-Based Exhibition) ຂໍເຊີນຊວນສິລະປິນໃຫ້ສຳຫຼວດຄວາມສຳພັນລະຫວ່າງຜູ້ຄົນ, ຜືນແຜ່ນດິນ, ຄວາມຊົງຈຳ, ຄວາມເຂັ້ມແຂງໃນການຟື້ນຟູ ແລະ ມໍລະດົກທີ່ຍັງຄົງຫຼົງເຫຼືອຈາກລະເບີດບໍ່ທັນແຕກ (UXO) ໃນ ສປປ ລາວ ຜ່ານການສ້າງສັນສິລະປະຮ່ວມສະໄໝ.

ສິລະປິນທີ່ໄດ້ຮັບຄັດເລືອກຈະໄດ້ຮັບ:
• ທຶນສະໜັບສະໜູນການຜະລິດຜົນງານສິລະປະ 10,000,000 ກີບ
• ການລົງພື້ນທີ່ຄົ້ນຄວ້າຢູ່ແຂວງຊຽງຂວາງ (13–15 ກໍລະກົດ 2026)
• ການສະໜັບສະໜູນດ້ານພິພິດທະພັນສາດ (Curatorial Support) ແລະ ການພັດທະນາວິຊາຊີບ
• ໂອກາດໃນການຈັດສະແດງຜົນງານທີ່ MAG Visitor Information Centre, ນະຄອນຫຼວງວຽງຈັນ
• ໄດ້ຮັບການນຳສະເໜີໃນ Lao Art Week 2026

ເອກະສານສະໝັກ:
• CV ຫຼື ປະຫວັດຫຍໍ້ຂອງສິລະປິນ
• Portfolio (ຜົນງານຕົວຢ່າງ) ບໍ່ເກີນ 10 ໜ້າ ຫຼື 10 ຜົນງານ
• ແນວຄວາມຄິດໂຄງການ (Concept Note) ຄວາມຍາວບໍ່ເກີນ 500 ຄຳ ທີ່ຕອບສະໜອງຕໍ່ຫົວຂໍ້ “Land and Memory” ເປັນພາສາລາວ ຫຼື ພາສາອັງກິດ

ກຳນົດເວລາໂຄງການ:
• ປິດຮັບສະໝັກ: 22 ເດືອນມິຖຸນາ 2026
• ປະກາດຜົນການຄັດເລືອກ: 28 ເດືອນມິຖຸນາ 2026
• ລົງພື້ນທີ່ຄົ້ນຄວ້າ: 13–15 ກໍລະກົດ 2026
• ພັດທະນາຜົນງານສິລະປະ: ກໍລະກົດ – ສິງຫາ 2026
• ເປີດງານວາງສະແດງ: 12 ກັນຍາ 2026

ວິທີການສະໝັກ:
🔗 ກອກແບບຟອມສະໝັກອອນລາຍ: https://forms.gle/G2T4MWGB5dsdaJrL7
📱 ສອບຖາມເພີ່ມເຕີມ: WhatsApp +856 20 2366 9659

ຄະນະກຳມະການຄັດເລືອກຂໍສະຫງວນສິດບໍ່ຄັດເລືອກຂໍ້ສະເໜີໃດໆ ຫາກຜົນງານທີ່ສົ່ງເຂົ້າມາບໍ່ຕອບສະໜອງຕາມມາດຕະຖານດ້ານສິລະປະ, ແນວຄວາມຄິດ ຫຼື ດ້ານເຕັກນິກຂອງໂຄງການ. ການຕັດສິນຂອງຄະນະກຳມະການຖືເປັນທີ່ສຸດ.
____________________

📣 OPEN CALL FOR ARTISTS

The XYZ Art Center, in partnership with MAG Laos and with the support of Norway, The European Union & SDC is pleased to launch an Open Call for Artists for “ Land and Memory: Living with UXO in Lao PDR” .

This unique research based exhibition invites artists to explore the relationship between people, land, memory, resilience, and the lasting legacy of UXO in Laos through contemporary artistic practice.

Selected artists will receive:
• Artwork production grant of 10,000,000 LAK
• Research field study in Xiengkhouang Province (13–15 July 2026)
• Curatorial and professional development support
• Opportunity to exhibit at the MAG Visitor Information Centre, Vientiane
• Inclusion in Lao Art Week 2026

Application Requirements:
• Artist CV
• Portfolio (maximum 10 pages or 10 works)
• Brief concept note (maximum 500 words) responding to the theme “ Land and Memory “ Lao or English.

Project Timeline:
• Application Deadline: 22nd June 2026
• Artist Selection Announcement: 28th June 2026
• Field Study: 13–15 July 2026
• Artwork Development: July–August 2026
• Exhibition Opening: 12 September 2026

How to Apply:
🔗 Complete the application form: https://forms.gle/G2T4MWGB5dsdaJrL7
📱for enquires : Whatsapp +8562023669659

The selection committee reserves the right not to select any proposal if submissions do not meet the artistic, conceptual, or technical requirements of the project. The committee's decision is final.

28/05/2026
ໃນ ROOTS DIALOGUE ທ່ານຈະໄດ້ຄົ້ນພົບເລື່ອງລາວຂອງບັນດາຊຸມຊົນບ້ານທີ່ຍັງຄົງຮັກສາຫັດຖະກຳດັ້ງເດີມ ຜ່ານການຜະລິດແບບ handmade 100%...
26/05/2026

ໃນ ROOTS DIALOGUE ທ່ານຈະໄດ້ຄົ້ນພົບເລື່ອງລາວຂອງບັນດາຊຸມຊົນບ້ານທີ່ຍັງຄົງຮັກສາຫັດຖະກຳດັ້ງເດີມ ຜ່ານການຜະລິດແບບ handmade 100% ທີ່ຖ່າຍທອດຕໍ່ກັນມາຫຼາຍຊົ່ວອາຍຸຄົນ. ໂຄງການນີ້ໄດ້ນຳພາສິລະປິນ ແລະ ຊ່າງຝີມືມາພົບປະແລກປ່ຽນແນວຄິດ, ຮ່ວມສະຫຼອງມໍລະດົກທາງວັດທະນະທຳ ແລະ ສ້າງສັນຜົນງານທີ່ເຕັມໄປດ້ວຍແຮງບັນດານໃຈ ຜ່ານການຮ່ວມມື ແລະ ການສົນທະນາ.

ເຂົ້າຊົມຟຣີ
📍 ROOTS DIALOGUE Exhibition
🗓 22–31 ພຶດສະພາ 2026
⏰ 9:30 ໂມງເຊົ້າ – 8:30 ໂມງແລງ
📍 Parkson, ຊັ້ນ 2
_______________

At ROOTS DIALOGUE, discover the stories of villages that continue to preserve traditional craftsmanship through 100% handmade practices passed down through generations. The project brings together artists and artisans to exchange ideas, celebrate cultural heritage, and create inspiring works through collaboration and dialogue.

FREE ENTRANCE
📍 ROOTS DIALOGUE Exhibition
🗓 22–31 May 2026
⏰ 9:30 AM – 8:30 PM
📍 Parkson, 2nd Floor, Vientiane

“ ຂວັນ “  ງານວ່າງສະແດງໄດ້ມາຮອດທີ່ ນະຄອນປາກເຊ, ແຂວງຈຳປາສັກ , ສ.ປ.ປ.ລາວ ຫຼັງຈາກໄດ້ຮັບການຕ້ອນຮັບທີ່ອົບອຸ່ນຈາກ ມວນຊົນ ແລະ ສື...
25/05/2026

“ ຂວັນ “ ງານວ່າງສະແດງໄດ້ມາຮອດທີ່ ນະຄອນປາກເຊ, ແຂວງຈຳປາສັກ , ສ.ປ.ປ.ລາວ

ຫຼັງຈາກໄດ້ຮັບການຕ້ອນຮັບທີ່ອົບອຸ່ນຈາກ ມວນຊົນ ແລະ ສືຕ່າງຊາດ ຈາກການເຂົ້າຮ່ວມງານວາງສະແດງ Bangkok Design Week 2026 ຜ່ານມາທີ່ກຸງເທບ,ປະເທດໄທ, ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງ ທີ່ຈະໄດ້ນຳປະສົບການນີ້ກັບມາສູ່ບ້ານເກີດເມືອງນອນຂອງພວກເຮົາ. KHUAN ເປັນປະສົບການທີ່ຊວນໃຫ້ທ່ານໄດ້ກັບມາເຊື່ອມຕໍ່ກັບຈິດວິນຍານ, ຄວາມເປັນເອກະລັກທາງວັດທະນະທຳ ຂວັນຄືຈິດວິນຍານທີ່ມີຊີວິດ ຄືຮາກເຫງົ້າທີ່ຝັງເລິກຢູ່ໃນວັດທະນະທໍາລາວຕະຫຼອດໄປ

ພວກເຮົາຫວັງວ່າ ຈະໄດ້ພົບທ່ານ ແລະ ໃຫ້ທ່ານໄດ້ມາສຳຜັດປະສົບການນີ້ຮ່ວມກັນ.

ສະໜັບສະໜູນໂດຍ:
TCR Group,
Friendship Mall,
Champasack Grand Hotel,
Beerlao,
Le Padaek,
Senglao Café,
IM Motors Laos,
BlueGrass Design Group,
Guru.

🎟️ ຄ່າເຂົ້າ 15,000ກີບ
📍 ຊັ້ນ 2, Friendship-Mall Paksé
📅 31th ພຶດສະພາ –14 ມີຖຸນາ 2026
_________________________

We have brought the KHUAN exhibition back to our homeland in Paksé, Champasak Laos.

After receiving a warm welcome from the public and international media during our participation in Bangkok Design Week 2026 in Bangkok, Thailand, we are deeply honored to bring this experience back to where we belong.

KHUAN is an experience that invites you to reconnect with the spirit and cultural identity of Laos. “KHUAN” is the living spirit, the root deeply embedded in Lao culture, existing as an eternal foundation of who we are.

We hope to see you and share this meaningful experience together.

Supported by: TCR Group,
Friendship Mall,
Champasack Grand Hotel,
Beerlao , Le Padaek ,Senglao Café IM Motors Laos , BlueGrass Design Group , Guru

🎟️ Entrance fee : 15,000kip
📍 2nd Floor, Friendship-Mall Paksé
📅 31th May -14th June 2026



24/05/2026

ເຂົ້າ FREE
📍 ROOTS DIALOGUE Exhibition
🗓 22–31 May 2026
⏰ 9:30 AM – 8:30 PM
📍 Parkson, ຊັ້ນ 2, ນະຄອນຫຼວງວຽງຈັນ
____________________

FREE ENTRANCE

📍 ROOTS DIALOGUE Exhibition
🗓 22–31 May 2026
⏰ 9:30 AM – 8:30 PM
📍 Parkson, 2nd Floor, Vientiane

ໃນວັນທີ 22 ພຶດສະພາ 2026 ພວກເຮົາໄດ້ສະຫຼອງພິທີເປີດ ROOTS DIALOGUE ຜ່ານປະເພນີລາວທີ່ມີຄວາມໝາຍ, ການຜູກຜ້າໄວ້ກັບຕົ້ນໄມ້ ເພື່ອສ...
23/05/2026

ໃນວັນທີ 22 ພຶດສະພາ 2026 ພວກເຮົາໄດ້ສະຫຼອງພິທີເປີດ ROOTS DIALOGUE ຜ່ານປະເພນີລາວທີ່ມີຄວາມໝາຍ, ການຜູກຜ້າໄວ້ກັບຕົ້ນໄມ້ ເພື່ອສະແດງເຖິງຄວາມເຄົາລົບ, ການປົກປ້ອງ ແລະ ຄວາມເຊື່ອມໂຍງ. ຜ້າແຕ່ລະຜືນແລະແຕ່ລະສີໄດ້ບັນຈຸເລື່ອງລາວ ແລະ ຄວາມຊົງຈຳຮ່ວມກັນ ຖັກທໍເຂົ້າຫາກັນເປັນສັນຍາລັກຂອງການເປັນສ່ວນໜຶ່ງ, ການແລກປ່ຽນ ແລະ ການເຕີບໂຕຮ່ວມກັນ.

ຂໍຂອບໃຈຢ່າງສູງຕໍ່ ທ່ານ ດາລະນີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທີ່ໃຫ້ກຽດກ່າວຄຳເຫັນອັນຊົງຄຸນຄ່າໃນພິທີເປີດ.

ແລະ ຂໍຂອບໃຈຢ່າງສູງຕໍ່ ທ່ານ H.E Bénédicte Deschamps ເອກອັກຄະລັດຖະທູດຝຣັ່ງປະຈຳ ສປປ ລາວ, ທີ່ໃຫ້ກຽດກ່າວຄຳເປີດງານຢ່າງເປັນທາງການໃນງານວາງສະແດງ ROOTS DIALOGUE

ຂອບໃຈຈາກໃຈແດ່ຜູ້ສະໜັບສະໜູນ EDF foundation, Fonds Metis, AFD - Agence Française de Développement ທີ່ເຮັດໃຫ້ໂຄງການນີ້ເກີດຂຶ້ນ. ການສະໜັບສະໜູນນີ້ ແລະ ການຢູ່ຄຽງຂ້າງຂອງທຸກຄົນ ແມ່ນສ່ວນສຳຄັນທີ່ເຮັດໃຫ້ ROOTS DIALOGUE ໄດ້ເປັນພື້ນທີ່ແຫ່ງການເຊື່ອມໂຍງ ແລະ ຄວາມຊົງຈຳຮ່ວມກັນ.

ຂອບໃຈຜູ້ສະໜັບສະໜູນສະຖານທີ່
PARKSON LAOS

ຂອບໃຈສິລະປິນທີ່ເຂົ້າມາເປັນສ່ວນຫນຶ່ງທີ່ເຮັດໃຫ້ໂຄງນີ້ເກີດຂຶ້ນ
Willie Xaiwouth
W***y Hansana
Souphalak

📍 ROOTS DIALOGUE Exhibition
🗓 22–31 May 2026
⏰ 9:30 AM – 8:30 PM
📍 Parkson, ຊັ້ນ 2, ນະຄອນຫຼວງວຽງຈັນ
____________________

On 22 May 2026, we celebrated the opening of ROOTS DIALOGUE through a meaningful Lao tradition of tying cloth onto trees — a gesture of respect, protection, and connection. Each piece of fabric carries a story and shared memory, woven together as a symbol of belonging, collective dialogue, and growth.

Thank you very much to H.E. Darlany Phommavongsa Deputy Minister of Culture and Tourism, for sharing your valuable remarks at the opening.

Thank you so much to H.E Bénédicte Deschamps, Ambassador of France to the Lao PDR, to deliver the official opening remarks for ROOTS DIALOGUE

A heartfelt thank you to our supporters EDF foundation, Fonds Metis and AFD - Agence Française de Développement for believed in this project and helped bring it to life. Your presence, encouragement, and support made ROOTS DIALOGUE possible and transformed it into a space for connection, reflection, and shared memory.

Thank you to our location supporter
PARKSON LAOS

Thank you to the artists for being part of the project and made it came true
Willie Xaiwouth
W***y Hansana
Souphalak

📍 ROOTS DIALOGUE Exhibition
🗓 22–31 May 2026
⏰ 9:30 AM – 8:30 PM
📍 Parkson, 2nd Floor, Vientiane

ທີ່ບ້ານນາຢາງ ພວກເຮົາໄດ້ຈັດກິດຈະກຳທີ່ເຊື່ອມໂຍງກັບແນວຄິດຂອງ ROOTS Dialogue ເພື່ອໃຫ້ເດັກນ້ອຍໄດ້ເຂົ້າໃຈຄວາມໝາຍຂອງສິລະປະ ແລະ ...
22/05/2026

ທີ່ບ້ານນາຢາງ ພວກເຮົາໄດ້ຈັດກິດຈະກຳທີ່ເຊື່ອມໂຍງກັບແນວຄິດຂອງ ROOTS Dialogue ເພື່ອໃຫ້ເດັກນ້ອຍໄດ້ເຂົ້າໃຈຄວາມໝາຍຂອງສິລະປະ ແລະ ຄວາມງາມຂອງຫັດຖະກຳທີ່ຊຸມຊົນໄດ້ສ້າງ ແລະ ສືບທອດມາຈົນຮອດປັດຈຸບັນ

ທັງການຖາມ-ຕອບ, ງານວາງສະແດງນ້ອຍໆ, ກິດຈະກຳທໍມື່ ແລະ ຮັບປະທ່ານອາຫານແບບອົບອຸ່ນແສນນ່າຮັກ ທຸກຊ່ວງເວລາເຕັມໄປດ້ວຍເລື່ອງລາວຂອງວັດທະນະທຳ ແລະ ຄວາມເປັນຊຸມຊົນ
ແລະທີ່ສຳຄັນຄື ພິທີບາສີທີ່ເຕັມໄປດ້ວຍຄວາມເມດຕາ, ຄວາມຫ່ວງໃຍ ແລະ ພອນທີ່ດີ ໄດ້ເຕີມເຕັມຫົວໃຈຂອງພວກເຮົາຢ່າງແທ້ຈິງ

ສະໜັບສະໜູນໂດຍ
EDF foundation
Fonds Metis
AFD
Parkson Laos

📍 ROOTS DIALOGUE Exhibition
🗓 22–31 ພຶດສະພາ 2026
⏰ 9:30 ໂມງເຊົ້າ – 8:30 ໂມງແລງ
📍 Parkson, ຊັ້ນ 2, ວຽງຈັນ

_________________________

At Ban Nayang, every activity became a bridge between generations. Through ROOTS Dialogue, young children explored the meaning of art, heritage, and the beautiful craftsmanship their village has preserved and passed down until today.

From thoughtful Q&A sessions, a mini exhibition, and hands-on weaving activities to a warm homemade lunch, each moment carried stories of culture and community. And the Baci ceremony, filled with kindness, blessings, and care. Truly touched our hearts.

Supported by:
EDF foundation
Fonds Metis
AFD
PARKSON LAOS

📍 ROOTS DIALOGUE Exhibition
🗓 22–31 May 2026
⏰ 9:30 AM – 8:30 PM
📍 Parkson, 2nd Floor, Vientiane

ພົບກັບ W***y Hansana - ສິລະປິນຮ່ວມສະໄໝສຳລັບໂຄງການ ROOTS DIALOGUE, w***y ໄດ້ຮ່ວມງານກັບຊ່າງຝີມືຈາກບ້ານນາຍາງ, ບ້ານນາພູນ ແລະ...
20/05/2026

ພົບກັບ W***y Hansana - ສິລະປິນຮ່ວມສະໄໝ

ສຳລັບໂຄງການ ROOTS DIALOGUE, w***y ໄດ້ຮ່ວມງານກັບຊ່າງຝີມືຈາກບ້ານນາຍາງ, ບ້ານນາພູນ ແລະ ບ້ານກໍບົງ ເພື່ອສ້າງຜົນງານທີ່ສະທ້ອນເຖິງຈຸດຕັດກັນລະຫວ່າງ “ຄວາມຊົງຈຳທີ່ຈັບຕ້ອງບໍ່ໄດ້” ສິ່ງທີ່ມອງບໍ່ເຫັນ ແລະ ບໍ່ມີຮູບຮ່າງ - ແລະ “ຮູບຮ່າງທາງກາຍະພາບ” ວັດຖຸທີ່ຈັບຕ້ອງໄດ້, ຜ່ານມຸມມອງຂອງການສານໄມ້ໄຜ່ແບບດັ້ງເດີມຂອງລາວ.

📍 ROOTS DIALOGUE Exhibition
🗓 22–31 ພຶດສະພາ 2026
⏰ 9:30 ໂມງເຊົ້າ – 8:30 ໂມງແລງ
📍 Parkson, ຊັ້ນ 2, ວຽງຈັນ
________________

Meet W***y Hansana - a contemporary artist

For the ROOTS DIALOGUE project, he collaborated with artisans from Ban Nayang, Ban Napoon, and Ban Korbong to create a work that reflects on the intersection between “intangible memory” the unseen and non-object and “physical form” the tangible object, through the lens of traditional Lao bamboo weaving.

📍 ROOTS DIALOGUE Exhibition
🗓 22–31 May 2026
⏰ 9:30 AM – 8:30 PM
📍 Parkson, 2nd Floor, Vientiane

ພົບກັບ Souphalak Phongsavath - ສິລະປິນ ແລະ curator ຂອງ I:Cat Gallery.ສຳລັບໂຄງການ ROOTS DIALOGUE, Souphalak ໄດ້ຮ່ວມງານຢ່າ...
20/05/2026

ພົບກັບ Souphalak Phongsavath - ສິລະປິນ ແລະ curator ຂອງ I:Cat Gallery.

ສຳລັບໂຄງການ ROOTS DIALOGUE, Souphalak ໄດ້ຮ່ວມງານຢ່າງໃກ້ຊິດກັບຊ່າງຝີມືຈາກບ້ານນາຍາງ ແລະ ບ້ານກໍບົງ ເພື່ອສ້າງນິທັດສະການ immersive ທີ່ໄດ້ແຮງບັນດານໃຈຈາກແມງໄມ້ນາໆຊະນິດທີ່ອາໄສຢູ່ໃນທົ່ງນາ. ຜ່ານການຜະສົມຜະສານລະຫວ່າງສິລະປະຮ່ວມສະໄໝ ແລະ ຫັດຖະກຳດັ້ງເດີມ, ຜົນງານຂອງເພິ່ນເຊື້ອເຊີນໃຫ້ທ່ານໄດ້ສຳຜັດຄວາມງາມທີ່ຊ່ອນຢູ່ ແລະ ລະບົບນິເວດອັນລະອຽດອ່ອນ ທີ່ຖັກທໍຢູ່ໃນວິຖີຊີວິດຊົນນະບົດ.

📍 ROOTS DIALOGUE Exhibition
🗓 22–31 ພຶດສະພາ 2026
⏰ 9:30 ໂມງເຊົ້າ – 8:30 ໂມງແລງ
📍 Parkson, ຊັ້ນ 2, ວຽງຈັນ
____________________

Meet Souphalak Phongsavath - artist and curator of I:Cat Gallery.

For the ROOTS DIALOGUE project, she collaborated closely with the artisans of Ban Nayang and Ban Korbong to create an immersive exhibition inspired by the living insects found in rice fields. Blending contemporary art with traditional craftsmanship, her work invites you to experience the unseen beauty and delicate ecosystem woven into rural life.

📍 ROOTS DIALOGUE Exhibition
🗓 22–31 May 2026
⏰ 9:30 AM – 8:30 PM
📍 Parkson, 2nd Floor, Vientiane

Address

XJHG+2J2, ຖະໜົນໄກສອນພົມວິຫານ
Vientiane
0112

Opening Hours

Monday 10:00 - 19:00
Tuesday 10:00 - 19:00
Wednesday 10:00 - 19:00
Thursday 10:00 - 19:00
Friday 10:00 - 19:00
Saturday 10:00 - 19:00
Sunday 10:00 - 19:00

Website

Alerts

Be the first to know and let us send you an email when The XYZ Art Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to The XYZ Art Center:

Share