28/08/2020
ທ່ານຮູ້ແລ້ວບໍ່?
ພາວະອາຫານເປັນພິດຫຼືອາການເບື່ອອາຫານເກີດຈາກ 3 ປັດໃຈຫລັກຄື: ອາຫານ ຫຼື ເຄື່ອງດື່ມທີ່ເຈືອປົນເຊື້ອໂຣກ ແລະ ສານພິດ ເມື່ອພູມຄຸ້ມກັນຮ່າງກາຍອ່ອນແອ
ສຳລັບຄົນລາວທີ່ມັກດື່ມນ້ຳເຢັນໆ ຕົ້ນເຫດຫຼັກຂອງອາການອາຫານເປັນພິດອີກຢ່າງໜື່ງຄືນ້ຳແຂງທີ່ບໍ່ສະອາດ ເມື່ອເກີດພາວະອາຫານເປັນພິດສາມາດດູແລຕົວເອງໄດ້ດ້ວຍການຮັບປະທານເກືອແຮ່ ອັນຕາຄາບອນ ແລະ ຢາແກ້ຮາກ,ອາຈຽນ ແຕ່ຫາກຮູ້ສຶກວ່າມີອາການຂາດນ້ຳ,ຫົວໃຈເຕັ້ນໄວ,ໄຂ້ຂຶ້ນສູງ ຫນ້າມືດ ວິນວຽນ ຫຼືຮາກແບບປົນເລືອດ ຄວນຮີບໄປພົບແພດດ່ວນ!!!
ຄວາມຕ້ານທານ ແລະ ຄວາມແຂງແຮງຂອງຮ່າງກາຍແຕ່ລະຄົນບໍ່ເທົ່າກັນ ດັ່ງນັ້ນ, ຄວນປະຕິບັດຕາມ 4 ຂັ້ນຕອນ ປ້ອງກັນພາວະອາຫານເປັນພິດຄື ເລືອກກິນອາຫານປຸງສຸກ ແລະ ສະອາດ ຮັກສະອາດລ້າງມືທຸກຄັ້ງກ່ອນຮັບປະທານອາຫານ ງົດອາຫານທີ່ມີຄວາມສ່ຽງໃນຊ່ວງທີ່ມີອາຫານເປັນພິດລະບາດ ເສີມສ້າງພູມຄຸ້ມກັນ ຮັກສາສຸຂະພາບ ພັກຜ່ອນພຽງພໍ ແລະ ອອກກຳລັງກາຍສະໝໍ່າສະເໝີ
👉ວິທີຫຼຸດຜ່ອນໄກຈາກອາຫານເປັນພິດຄວນປະຕິບັດ 4 ປະການດັ່ງນີ້:!!!
✓ເລືອກກິນ: ເລືອກອາຫານທີ່ປຸງສຸກ ປົກກະຕິແລ້ວຫາກຜ່ານຄວາມຮ້ອນແບັກທີເຣຍ ແລະ ໄວຣັສຕ່າງໆ ຈະຕາຍໝົດແຕ່ຕ້ອງຢ່າເບິ່ງຂ້າມຄວາມສະອາດ ຂະບວນການກະກຽມແລະປຸງອາຫານຄວນມີມາດຕະຖານເລືອກໃຊ້ວັດຖຸດິບທີ່ດີ ບໍ່ໃຊ້ຂອງທີ່ໃກ້ບູດເນົ່າ ແລະ ເມື່ອປຸງແລ້ວບໍ່ຄວນເກັບໄວ້ດົນເກີນໄປ
✓ຮັກສະອາດ: ກ່ອນກິນອາຫານທຸກຄັ້ງຄວນລ້າງມືໃຫ້ສະອາດ ເພື່ອກຳຈັດໄວຣັສ ແລະ ແບັທທີເຣຍທີ່ອາດຈະຕິດຢູ່ ຊື່ງຈະຊ່ວຍປ້ອງກັນການຕິດເຊື້ອໄດ້ດີ
✓ຫຼີກຄວາມສ່ຽງ: ຫາກສັງເກດເຫັນຊ່ວງໃດມີຄົນຖອກທ້ອງຫຼືຶອາຫານເປັນພິດຈຳນວນຫຼາຍຄວນຈະຫຼີກລ່ຽງອາຫານທີ່ອາດເຮັດໃຫ້ເກີດອາການເຫຼົ່ານັ້ນໄປກ່ອນເຊັ່ນ ຕຳສົ້ມ,ເຂົ້າປຸ້ນ,ຊູຊິ,ເຫັດ,ນໍ່ໄມ້ສົ້ມ ຫຼື ເຂົ້າຜັດບາງຮ້ານອາດຈະໃຊ້ເຂົ້າຄ້າງຄືນ ຊື່ງເປັນເຫດເກີດອາການອາຫານເປັນພິດໄດ້
✓ເສີມສ້າງພູມຕ້ານທານ: ແພດໝໍບອກວ່າສຸຂະພາບຮ່າງກາຍຄືປັດໃຈສຳຄັນຂອງການເກີດພະຍາດ ຫາກຮ່າງກາຍອ່ອນແອກໍຈະສ່ຽງຕໍ່ການເກີດພາວະອາຫານເປັນພິດໄດ້ງ່າຍ
ດັ່ງນັ້ນ, ຈື່ງຄວນດູແລຮັກສາສຸຂະພາບໃຫ້ດີດ້ວຍການພັກຜ່ອນໃຫ້ພຽງພໍແລະອອກກຳລັງກາຍຢ່າງສະໝໍ່າສະເໝີ.
ຂໍ້ມູນຈາກ: ດຣ ຈີລະວັດ ສິລາສຸວັນ ແພດຜູ້ຊ່ຽວຊານພະຍາດທາງເດີນອາຫານແລະຕັບ ໂຮງໝໍພະຍາໄທ2
ອ້າງອີງບົດຄວາມ
https://generali.co.th/wellness-content/